ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ຂອງກອງທັບຣັດເຊຍ

     ສຳນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ໂດຍ​ອ້າງ​ອີງ​ຈາກ​ ກອງທັບ​ຣັດ​ເຊຍ ​ວ່າ: ລູກ​ສອນ​ໄຟ​ນຳ​ວິຖີ​ອະເນກ​ປະສົງ​ນ້ຳໜັກ​ເບົາລຸ້ນ Izdeliye 305
ເຊິ່ງ​ເປັນ​ລູກ​ສອນ​ໄຟ​ນຳ​ວິຖີ​ລຸ້ນ​ໃໝ່​ຂອງ ​ກອງທັບ​ຣັດ​ເຊຍ ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ການ​ພິເສດ​ໃນ ​ອູ​ແກຣນ ໂດຍ​ ຣັດ​ເຊຍ​ ໄດ້​ນຳ​ເອົາ​
ລູກ​ສອນ​ໄຟ​ດັ່ງກ່າວ​ ໄປ​ຕິດ​ຕັ້ງ​ໃສ່​ກັບ​ເຮລີ​ກົບ​ແຕ​ໂຈມ​ຕີ ແລະ ຍິງ​ຈາກ​ອາກາດ​ສູ່​ພື້ນລູກ​ສອນ​ໄຟ​ລຸ້ນ​ນີ້​ ມີ​ຄວາມ​ແມ້ນ​ຢຳ​ສູງ​ສາມາດ​ທຳລາຍ
​ເປົ້າ​ໝາຍ​ໄດ້​ເປັນ​ຢ່າງ​ດີ.

     ນອກຈາກ​ນັ້ນ, ລູກ​ສອນ​ໄຟ​ຊະນິດ​ນີ້​ຍັງ​ສາມາດ​ຕິດ​ຕັ້ງ​ໃສ່​ກັບ​ເຮືອບິນ​ໂຈມ​ຕີ​ລຸ້ນ Ka-52M ແລະ ເຮືອບິນ Mi-28NM ລູກ​ສອນ​ໄຟ​
ລຸ້ນ​ນີ້​ມີ​ນ້ຳ​ໝັກ 105 ກິ​ໂລກ​ຣາມ ຕິດ​ຫົວ​ຮົບ​ຂະໜາດ 25 ກິ​ໂລກ​ຣາມ ເຊິ່ງ​ເປັນ​ລູກ​ສອນ​ໄຟ​ຂະໜາດ​ນ້ອຍເໝາະ​ແກ່​ການ​ໃຊ້​ງານ ຄວາມ
​ສາມາດ​ຂອງ​ລູກ​ສອນ​ໄຟ​ລຸ້ນ​ນີ້​ສາມາດ​ທຳລາຍ​ລົດ​ຫຸ້ມ​ເກາະ, ລົດ​ຕັງ ຫຼື ທີ່​ພັກ​ຂອງ​ສັດຕູ​ລວມ​ໄປ​ເຖິງ​ລົດ​ໃຊ້​ງານ​ຫຼັກໆ​ ໃນ​ສະ​ໜາມ​​ຮົ​ບໄດ້​
ເປັນ​ຢ່າງ​ດີ ລູກ​ສອນ​ໄຟ​ມີ​ໄລຍະ​ຍິງ​ທີ່​ແມ້ນ​ຢຳ​ປະມານ 14,5 ກິໂລແມັດ, ສາມາດ​ໃຊ້​ງານ​ໄດ້​ທຸກ​ສະພາບ​ອາກາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/02/2024